Laosgolf ກຳລັງໂຫຼດ
ກຳລັງໂຫຼດ...

Golf Handicap ທີ່ເເມ້ນຍຳ-ເພື່ອການຫຼິ້ນທີ່ຍຸດຕິທຳ

Wed, 31 Dec 2025 11:23:32 +0700
Handicap ແມ່ນປັດໄຈສຳຄັນທີ່ຊ່ວຍໃຫ້ນັກກ໊ອຟປະເມີນລະດັບ ແລະ ພັດທະນາທັກສະຜ່ານການແຂ່ງຂັນແຕ່ລະຄັ້ງ. ກັບ LaosGolf, ຄ່າ Handicap ຖືກຄິດໄລ່ຢ່າງເເມ້ນຍຳ ແລະ ເປັນວິທະຍາສາດ. ມອບຄວາມຊັດເຈນ ແລະ ເຊື່ອຖືໄດ້ ຊ່ວຍໃຫ້ຜູ້ຫຼິ້ນຮັບຮູ້ ແລະ ຕິດຕາມໄດ້ງ່າຍດາຍຕະຫຼອດການນຳໃຊ້.

ມາຮຽນຮູ້ວິທີໃຊ້ຟັງຊັ່ນຕ່າງໆທີ່ກ່ຽວຂ້ອງກັບ Handicap ໃນ LaosGolf: ຕັ້ງແຕ່ໜ້າຈໍແອັບ; ວິທີປ້ອນຄະແນນ ຈົນເຖິງວິທີທີ່ລະບົບສະແດງ Handicap ສະໜາມ ແລະ ຟັງຊັ່ນອື່ນໆອີກຫຼາຍຢ່າງ.

I. ດັດຊະນີ Handicap (Handicap Index):
LaosGolf ຄິດໄລ່ອັດຕະໂນມັດ ໂດຍອີງໃສ່ປະຫວັດການຫຼິ້ນຂອງຜູ້ຫຼິ້ນ ແລະ ສະແດງຜົນຢູ່ໜ້າຫຼັກຂອງແອັບ.
Handicap Index ໃນແອັບ LaosGolf
II. ດັດຊະນີ Best HI (Handicap ຕ່ຳສຸດ):
- ນີ້ແມ່ນຄ່າທີ່ສະແດງເຖິງ Handicap ຕ່ຳສຸດຂອງຜູ້ຫຼິ້ນ ພາຍໃນໄລຍະເວລາ 1 ປີ.
- ຄ່ານີ້ຈະຖືກຄິດໄລ່ເມື່ອຜູ້ຫຼິ້ນມີຢ່າງໜ້ອຍ 20 ແມັດ (Match) ໃນປະຫວັດຄະແນນ.
Best Handicap Index ໃນ LaosGolf
III. Handicap ສະໜາມ (Course Handicap):
- ນີ້ແມ່ນ Handicap ອອກຮອບຂອງຜູ້ຫຼິ້ນ ທີ່ສະໜາມກ໊ອຟໃດໜຶ່ງ ແລະ Tee ໃດໜຶ່ງໂດຍສະເພາະ.
- ຜູ້ຫຼິ້ນສາມາດກວດສອບ Handicap ສະໜາມຂອງຕົນເອງໄດ້ທີ່ LaosGolf.
Course Handicap ໃນໜ້າ Scorecard
Handicap ສະໜາມ ທີ່ສະແດງໃນໜ້າຈໍປ້ອນຄະແນນ Scorecard.
Course Handicap ໃນໂໝດ GPS
Handicap ສະໜາມ ທີ່ສະແດງໃນໜ້າຈໍຫຼິ້ນດ້ວຍ GPS.
IV. ການປ້ອນຄະແນນ ແລະ ບັນທຶກ Score:
- ເພື່ອອັບເດດປະຫວັດຄະແນນ, LaosGolf ຮອງຮັບໃຫ້ຜູ້ຫຼິ້ນປ້ອນຄະແນນຈາກຮູບ Scorecard. ເບິ່ງຄຳແນະນຳ ທີ່ນີ້.
- ຫຼື ຜູ້ຫຼິ້ນສາມາດປ້ອນຄະແນນດ້ວຍຕົນເອງ ສຳລັບການແຂ່ງຂັນຕັ້ງແຕ່ 2 ຄົນຂຶ້ນໄປ. ເບິ່ງຄຳແນະນຳ ທີ່ນີ້.
V. ປຽບທຽບຟອມການຫຼິ້ນກັບເພື່ອນໄດ້ງ່າຍດາຍ:
LaosGolf ຊ່ວຍໃຫ້ຜູ້ໃຊ້ປຽບທຽບຟອມການຫຼິ້ນຂອງຕົນເອງ ແລະ ເພື່ອນຕາມໄລຍະເວລາ, ຮັບຮູ້ແນວໂນ້ມການພັດທະນາ ແລະ ກຳນົດຈຸດທີ່ຕ້ອງປັບປຸງ. ເບິ່ງເພີ່ມເຕີມ ທີ່ນີ້.
ທ່ານຍັງບໍ່ພົບຂໍ້ມູນທີ່ຕ້ອງການບໍ? ກະລຸນາ… ຕິດຕໍ່ພວກເຮົາ.

ຄຳຖາມທີ່ພົບເລື້ອຍ