Laosgolf ກຳລັງໂຫຼດ
ກຳລັງໂຫຼດ...

ຫຼັກການພື້ນຖານຂອງ Handicap

Wed, 31 Dec 2025 11:23:59 +0700
  • Handicap Index (ດັດຊະນີແຮນດີແຄັບ) ແມ່ນຫຍັງ?
    Handicap Index ແມ່ນຕົວເລກທີ່ສະແດງເຖິງ ລະດັບຄວາມສາມາດໃນການຫຼິ້ນກ໊ອຟຂອງຜູ້ຫຼິ້ນ. ຕົວເລກນີ້ຖືກສ້າງຂຶ້ນໂດຍອີງໃສ່ ຄະແນນທີ່ຜູ້ຫຼິ້ນເຮັດໄດ້ໃນການອອກຮອບແຕ່ລະຄັ້ງ, ເຊິ່ງກ່ຽວຂ້ອງກັບ Course Rating, Slope Rating ແລະ Par ຂອງສະໜາມກ໊ອຟ ຕາມແຕ່ລະໝຸດທີ (Tee) ທີ່ຜູ້ຫຼິ້ນໄດ້ຫຼິ້ນ.
    Handicap Index ຖືກຄິດໄລ່ດ້ວຍສູດດຽວກັນ ສຳລັບຜູ້ຫຼິ້ນທຸກຄົນທົ່ວໂລກ, ແລະ ຕົວເລກນີ້ສາມາດນຳໄປໃຊ້ໄດ້ກັບທຸກສະໜາມທີ່ມີ Course Rating ແລະ Slope Rating. ນອກຈາກນີ້, Handicap Index ຍັງຖືກນຳໃຊ້ເພື່ອຈຸດປະສົງ ດັ່ງນີ້:
    1. ເພື່ອສ້າງຄວາມຍຸຕິທຳ (Fairness) ລະຫວ່າງຜູ້ຫຼິ້ນດ້ວຍກັນ ໃນການແຂ່ງຂັນກ໊ອຟ.
    2. ເປັນເຄື່ອງມືໃນການຕິດຕາມ ພັດທະນາການຫຼິ້ນກ໊ອຟຂອງຜູ້ຫຼິ້ນ.
    3. ເພື່ອໃຊ້ເຂົ້າຮ່ວມການແຂ່ງຂັນກ໊ອຟ (Tournament).
    4. ສ້າງຄວາມເທົ່າທຽມໃນການແຂ່ງຂັນ.
  • ຂ້ອຍຕ້ອງສົ່ງຄະແນນຈັກໃບ ເພື່ອໃຫ້ໄດ້ Handicap Index?
    1. ຖ້າທ່ານເປັນມືໃໝ່, ທ່ານຕ້ອງສົ່ງຄະແນນທີ່ຖືກຕ້ອງ ຢ່າງໜ້ອຍ 54 ຂຸມ ເພື່ອໃຫ້ໄດ້ Handicap Index ເບື້ອງຕົ້ນ (Initial Handicap Index). ຄະແນນນີ້ສາມາດມາຈາກ ການປະສົມປະສານຂອງຮອບ 9 ຂຸມ ຫຼື 18 ຂຸມ ໃດກໍໄດ້.
    2. ຖ້າທ່ານຫຼິ້ນກ໊ອຟ, ສົ່ງຄະແນນ ແລະ ສ້າງໄດ້ 20 Score Differentials (18 ຂຸມ), ທ່ານຈະມີ Handicap Index ທີ່ສົມບູນ ແລະ ແມັ້ນຢໍາທີ່ສຸດ.
  • ຫວ່າງມໍ່ໆມານີ້, ຂ້ອຍໄດ້ສົ່ງຄະແນນແລ້ວ, ເປັນຫຍັງ Handicap Index ຂອງຂ້ອຍຈຶ່ງບໍ່ປ່ຽນແປງ?
    1. ຖ້າທ່ານມີຢ່າງໜ້ອຍ 20 ຄະແນນ (18 ຂຸມ) ໃນປະຫວັດ, Handicap Index ຈະຖືກຄິດໄລ່ໂດຍການຫາຄ່າສະເລ່ຍຂອງ 08 Score Differentials ທີ່ດີທີ່ສຸດ ໃນ 20 ຄະແນນຫຼ້າສຸດ. ເມື່ອຄະແນນທີ່ທ່ານສົ່ງ ບໍ່ດີພໍທີ່ຈະເຂົ້າໄປຢູ່ໃນກຸ່ມ 08 Score Differentials ທີ່ດີທີ່ສຸດນັ້ນ, Handicap Index ຂອງທ່ານກໍຈະບໍ່ປ່ຽນແປງ.
    2. ຖ້າທ່ານມີຢ່າງໜ້ອຍ 03 ຄະແນນ (18 ຂຸມ) ແຕ່ຍັງບໍ່ຄົບ 20 ຄະແນນ ໃນປະຫວັດ, ຈຳນວນ Score Differential ທີ່ຈະຖືກນຳມາຄິດໄລ່ Handicap Index ກໍຈະມີໜ້ອຍລົງ.
ທ່ານຍັງບໍ່ພົບຂໍ້ມູນທີ່ຕ້ອງການບໍ? ກະລຸນາ… ຕິດຕໍ່ພວກເຮົາ.

ຄຳຖາມທີ່ພົບເລື້ອຍ