Laosgolf ກຳລັງໂຫຼດ
ກຳລັງໂຫຼດ...

ຂໍ້ມູນກ່ຽວກັບສະໜາມກ໊ອຟ (Course Rating & Slope Rating)

Wed, 31 Dec 2025 11:23:53 +0700
  • ໃຜເປັນຜູ້ກຳນົດ Course Rating ແລະ Slope Rating ໃຫ້ແຕ່ລະສະໜາມ?
    ສະມາຄົມກ໊ອຟທ້ອງຖິ່ນ, ໂດຍການສະໜັບສະໜູນຈາກ USGA, ຈະຮັບຜິດຊອບໃນການຄິດໄລ່ ແລະ ກຳນົດ Course Rating ແລະ Slope Rating ໃຫ້ກັບສະໜາມກ໊ອຟ.
  • Course Rating ແມ່ນຫຍັງ?
    Course Rating ແມ່ນຕົວເລກທີ່ສະແດງເຖິງ ຄວາມຍາກຂອງສະໜາມກ໊ອຟ ສຳລັບນັກກ໊ອຟມືດີ (Scratch Golfer: Handicap = 0) ພາຍໃຕ້ສະພາບອາກາດ ແລະ ສະໜາມປົກກະຕິ. ຕົວເລກນີ້ໃຊ້ເພື່ອ ກຳນົດຄະແນນທີ່ Scratch Golfer ຄວນຈະເຮັດໄດ້ ໃນການຫຼິ້ນຈົບສະໜາມນັ້ນ.
    ຕົວຢ່າງ: Course Rating ແມ່ນ 73.8 ຈະທຽບເທົ່າກັບ ຄະແນນສະເລ່ຍທີ່ Scratch Golfer ເຮັດໄດ້ໃນການຫຼິ້ນ 18 ຂຸມ.
    Course Rating ຖືກກຳນົດໂດຍການປະເມີນ ຄວາມຍາວຂອງສະໜາມ ລວມເຖິງອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ທີ່ຜູ້ຫຼິ້ນຕ້ອງພົບພໍ້ ເພື່ອເຮັດຄະແນນ Par.
  • Slope Rating ແມ່ນຫຍັງ?
    Slope Rating ແມ່ນຕົວເລກທີ່ສະແດງເຖິງ ຄວາມແຕກຕ່າງຂອງຄວາມຍາກຂອງສະໜາມກ໊ອຟ ລະຫວ່າງ Bogey Golfer (Handicap ~20-24) ແລະ Scratch Golfer.
    ສະໜາມກ໊ອຟທີ່ມີຄວາມຍາກມາດຕະຖານ ຈະມີຄ່າ Slope Rating ຢູ່ທີ່ 113.
  • ສະໜາມກ໊ອຟ ຕ້ອງມີຄວາມຍາວຂັ້ນຕໍ່າເທົ່າໃດ ຈຶ່ງຈະມີ Course Rating ແລະ Slope Rating ທີ່ຖືກຕ້ອງ?
    ເພື່ອໃຫ້ມີ Course Rating ແລະ Slope Rating ທີ່ຖືກຕ້ອງ (Valid), ຄວາມຍາວຂັ້ນຕໍ່າຂອງ ໝຸດທີ (Tee) ສຳລັບ 18 ຂຸມ ແມ່ນ 3.000 ຫລາ (Yards), ແລະ ສຳລັບ 9 ຂຸມ ແມ່ນ 1.500 ຫລາ (Yards).
ທ່ານຍັງບໍ່ພົບຂໍ້ມູນທີ່ຕ້ອງການບໍ? ກະລຸນາ… ຕິດຕໍ່ພວກເຮົາ.

ຄຳຖາມທີ່ພົບເລື້ອຍ