Score Differential ແມ່ນຫຍັງ? ຄິດໄລ່ດ້ວຍສູດໃດ?
Score Differential ແມ່ນຕົວເລກທີ່ຜູ້ຫຼິ້ນກ໊ອຟເຮັດໄດ້ ຫຼັງຈາກການອອກຮອບໃນແຕ່ລະຄັ້ງ ແລະ ຕົວເລກນີ້ຈະຖືກນຳມາໃຊ້ເພື່ອຄິດໄລ່ Handicap Index. ຕົວເລກນີ້ສະແດງເຖິງ ຄວາມສາມາດຂອງຜູ້ຫຼິ້ນໃນການອອກຮອບນັ້ນໆ ໂດຍພົວພັນກັບ ຄວາມຍາກຂອງສະໜາມ (ເຊິ່ງປະເມີນດ້ວຍ Course Rating ແລະ Slope Rating).
Score Differential ຖືກຄິດໄລ່ຕາມສູດດັ່ງນີ້:
(113 / Slope Rating) x (Adjusted Gross Score - Course Rating - PCC adjustment)
Score Differential ອາດຈະຖືກປັບປຸງ ຕາມຂໍ້ກຳນົດຂອງ ກົດ Handicap.
ຕົວຢ່າງ: ການຫຼິ້ນຮອບໜຶ່ງໄດ້ 80 ສະໂຕກ ຢູ່ສະໜາມທີ່ຍາກ ອາດຈະໃຫ້ຄ່າ Score Differential ທີ່ດີກວ່າ ການຫຼິ້ນໄດ້ 77 ສະໂຕກ ຢູ່ສະໜາມທີ່ງ່າຍ.