ຖ້າທ່ານມີ Handicap Index ແລ້ວ, ຄະແນນສູງສຸດສຳລັບແຕ່ລະຂຸມທີ່ຫຼິ້ນ ຈະຖືກຈຳກັດໂດຍ Net Double Bogey, ເຊິ່ງຄິດໄລ່ຕາມສູດ: Par ຂອງຂຸມ + 2 + (+)/(-) ຈຳນວນແຕ້ມຕໍ່ທີ່ໄດ້ຮັບໃນຂຸມນັ້ນ. ຈຳນວນແຕ້ມຕໍ່ໃນຂຸມ ຄິດໄລ່ໂດຍອີງໃສ່ Course Handicap.
ຕົວຢ່າງ: ຖ້າທ່ານມີ Course Handicap ແມ່ນ 15, ຜູ້ຫຼິ້ນຈະໄດ້ຮັບແຕ້ມຕໍ່ 1 ແຕ້ມ ໃນຂຸມທີ່ມີ S.I (Stroke Index) ຕັ້ງແຕ່ 1 ເຖິງ 15 ໃນບັດຄະແນນ.
ໃນຂຸມ Par 4 ທີ່ມີ S.I ແມ່ນ 10, ຄະແນນສູງສຸດຂອງຜູ້ຫຼິ້ນໃນຂຸມນັ້ນແມ່ນ 7.
ໂດຍລະອຽດ: 4 (Par) + 2 (Double Bogey) + 1 (ແຕ້ມຕໍ່) = 7.