Laosgolf ກຳລັງໂຫຼດ
ກຳລັງໂຫຼດ...

ລະບົບແຕ້ມຕໍ່ໂລກ (World Handicap System) ແມ່ນຫຍັງ?

Wed, 31 Dec 2025 11:24:00 +0700
  • ລະບົບແຕ້ມຕໍ່ໂລກ (World Handicap System) ແມ່ນຫຍັງ?
    ໃນຕົ້ນປີ 2020, ລະບົບແຕ້ມຕໍ່ໂລກ (WHS) ໄດ້ລວມເອົາ 6 ລະບົບແຕ້ມຕໍ່ທີ່ແຕກຕ່າງກັນ ທີ່ເຄີຍນຳໃຊ້ທົ່ວໂລກ (ປະກອບມີ: USGA Handicap System, EGA Handicap System, CONGU Unified Handicap System, Golf Australia Handicap System, South African Handicap System, ແລະ Argentinian Handicap System) ເຂົ້າເປັນລະບົບດຽວ. ລະບົບນີ້:
    1. ອະນຸຍາດໃຫ້ຜູ້ຫຼິ້ນທີ່ມີຄວາມສາມາດແຕກຕ່າງກັນ ສາມາດຫຼິ້ນກ໊ອຟ ແລະ ແຂ່ງຂັນບົນພື້ນຖານຄວາມຍຸຕິທຳ, ໃນທຸກຮູບແບບການຫຼິ້ນ, ຢູ່ທຸກສະໜາມກ໊ອຟ ແລະ ທຸກບ່ອນໃນໂລກ.
    2. ເຂົ້າໃຈງ່າຍ, ໃຊ້ງານງ່າຍ ໂດຍບໍ່ສົ່ງຜົນກະທົບຕໍ່ຄວາມຖືກຕ້ອງ ແລະ ຄວາມຊັດເຈນ.
    3. ຕອບສະໜອງຄວາມຕ້ອງການ ແລະ ຄວາມຄາດຫວັງທີ່ຫຼາກຫຼາຍ ຂອງນັກກ໊ອຟ, ສະໂມສອນກ໊ອຟ ແລະ ອົງການຈັດຕັ້ງກ໊ອຟທົ່ວໂລກ ແລະ ສາມາດປັບປຸງໃຫ້ເໝາະສົມກັບທຸກວັດທະນະທຳການຫຼິ້ນກ໊ອຟ.
  • ຜົນປະໂຫຍດຂອງ World Handicap System ແມ່ນຫຍັງ?
    World Handicap System ກຳເນີດຂຶ້ນມາພ້ອມກັບຜົນປະໂຫຍດທີ່ສຳຄັນ ດັ່ງນີ້:
    1. ງ່າຍຕໍ່ການບໍລິຫານຈັດການ ງານກິດຈະກຳ ແລະ ການແຂ່ງຂັນກ໊ອຟລະດັບສາກົນ ເນື່ອງຈາກກິລາກ໊ອຟນັບມື້ນັບໄດ້ຮັບຄວາມນິຍົມ ແລະ ຂະຫຍາຍຕົວທົ່ວໂລກ, ຈຳນວນການແຂ່ງຂັນສາກົນກໍເພີ່ມຂຶ້ນ.
    2. ສະໜອງສູດຄິດໄລ່ດຽວ ໃນການຄິດໄລ່ Handicap Index, ເຊິ່ງສ້າງໂອກາດໃຫ້ຜູ້ຫຼິ້ນກ໊ອຟທຸກຄົນທົ່ວໂລກ ທີ່ມີລະດັບສີມືແຕກຕ່າງກັນ ສາມາດຫຼິ້ນນຳກັນໄດ້ຢ່າງຍຸຕິທຳ.
    3. ສ້າງໂອກາດໃຫ້ ສະມາຄົມກ໊ອຟແຫ່ງຊາດ ໄດ້ສຸມໃສ່ການສ້າງຍຸດທະສາດ ແລະ ແຜນການ ເພື່ອພັດທະນາກິລາກ໊ອຟ.
    4. ສ້າງໂອກາດໃນການສ້າງຖານຂໍ້ມູນກ່ຽວກັບກ໊ອຟ ເພື່ອປະເມີນສະພາບຕົວຈິງຂອງກິລາກ໊ອຟ.
ທ່ານຍັງບໍ່ພົບຂໍ້ມູນທີ່ຕ້ອງການບໍ? ກະລຸນາ… ຕິດຕໍ່ພວກເຮົາ.

ຄຳຖາມທີ່ພົບເລື້ອຍ